----:: WELCOME TO COUNCIL FOR SCIENCE AND TECHOLOGY LAO PDR ::-----

Visitors Counter

000082802
Today
Yesterday
This Week
Last Week
This Month
Last Month
All days
133
70
203
72672
2540
3536
82802
Your IP: 43.241.57.31
Server Time: 2017-12-18 12:49:14

Web Link





In order to view this object you need Flash Player 9+ support!

Get Adobe Flash player

Powered by RS Web Solutions

ປະຫວັດຄວາມເປັນມາການລະບາດຂອງຕັກແຕນຝູງ

ຕັກແຕນຝູງມີຊື່ສາມັນ Yellow-Spined Bamboo Locust ແລະ ມີຊື່ວິທະຍາສາດວ່າ Ceracris Kiangus Tsai. ປີ 1929 ຕັກແຕນຝູງຈະກິນພືດເປັນອາຫານຫຼາຍກວ່າ 25 ຊະນິດ ແຕ່ພືດຫຼັກແມ່ນໄມ້ປ່ອງຊື່ງຈະທຳລາຍໃບໄມ້ປ່ອງໃນໄລຍະເປັນໂຕແກ່ ແລະ ໂຕອ່ອນ, ໄມ້ປ່ອງຈະຖືກທຳລາຍຈະເຫຼືອແຕ່ກິ່ງກ້ານ. ນອກຈາກນີ້ໃນໄລຍະເປັນໂຕອ່ອນພວກມັນຍັງທຳລາຍເຂົ້າ ແລະ ສາລີ, ພົບເຫັນການທຳລາຍຄັ້ງທຳອິດຂອງຕັກແຕນຊະນິດນີ້ຢູ່ພາກໃຕ້ຂອງປະເທດຈີນ ເຊີ່ງລັກສະນະການທຳລາຍພືດຈຳພວກໄມ້ປ່ອງທີ່ຢູ່ລຽບຕາມແຄມແມ່ນ້ຳຄວາມສູງຈາກລະດັບໜ້ານ້ຳທະເລປະມານ 350-1.300 ແມັດ ແລະ ອຸນຫະພູມສະເລ່ຍປະມານ 30 ອົງສາ ແລະ ຍັງມີລາຍງານວ່າມີການລະບາດຢູ່ປະເທດຫວຽດນາມ 3 ຄັ້ງຄື: ປີ 2008, 2012 ແລະ ປີ 2015, ສຳລັບ ສປປ ລາວ ມີການລາຍງານການລະບາດຄັ້ງທຳອິດໃນເດືອນຕຸລາ ປີ 2014 ຢູ່ເມືອງໂພນທອງ ແຂວງຫຼວງພະບາງ ແລະ ຄັ້ງທີສອງແມ່ນເດືອນເມສາ ປີ 2015 ທີ່ເມືອງໂພນທອງ, ເມືອງວຽງຄຳ ແຂວງຫຼວງພະບາງ, ເມືອງຊ່ອນ, ເມືອງຊຳເໜືອ ແລະ ເມືອງຫົວເມືອງ ແຂວງຫົວພັນ.

ວົງຈອນຊີວິດ

ວົງຈອນຊີວິດຂອງຕັກແຕນຝູງມີ 3 ໄລຍະ:  ໄຊ່, ໂຕອ່ອນ ແລະ ໂຕແກ່. ໄລຍະໄຂ່ໃຊ້ເວລາຢູ່ໃນດິນປະມານ 90-120 ວັນ ຮອດກາງ ຫຼື ທ້າຍເດືອນ ມິຖຸນາ ກາຍເປັນໂຕແກ່, ໂຕແກ່ມີອາຍຸ 5 ເດືອນ, ຮອດເດືອນສິງຫາເລີ້ມປະສົມພັນ ແລະ ວາງໄຂ່ໄລຍະວາງໄຂ່ອາດແກ່ຍາວຮອດທ້າຍເດືອນຕຸລາ ຫຼື ຕົ້ນເດືອນພະຈິກ. ໃນເດືອນມີນາ ອຸນຫະພູມເພີ້ມຂຶ້ນສູງກວ່າ 25 ອົງສາ ແລະ ຄວາມຊຸ່ມປະມານ 60-80% ຊຶ່ງສ້າງເງື່ອນໄຂໃຫ້ກັບໄຂ່ເບາະເປັນໂຕອ່ອນ, ໄຂ່ເບາະເປັນໂຕອ່ອນສ່ວນໃຫຍ່ແມ່ນຢູ່ໃນໄລຍະ 2-4 ໂມງແລງ ໂຕອ່ອນເບາະອອກຈາກໄຂ່ມື້ທຳອິດຈະບໍ່ກິນອາຫານ, ລວມຕົວກັນເປັນກຸ່ມຢູ່ເທິງຫຍ້າ, ຮອດມື້ທີສອງຈິ່ງເລີ້ມກິນອາຫານ ຫຼື ທຳລາຍພືດເຊັ່ນ: ໃບໄມ້ປ່ອງ, ຫຍ້າ, ຕົ້ນແຂມ ແລະ ພືດປະເພດໃບລ້ຽງດ່ຽວ. ການທຳລາຍພືດສ່ວນໃຫຍ່ແມ່ນໃນເວລາປະມານ 6-9 ໂມງເຊົ້າ ແລະ 4-8 ໂມງແລງ.

ຮູບຮ່າງລັກສະນະໄຂ:

ໄຂ່ມີລັກສະນະກົມຍາວສອງສົ້ນສ້ວຍ, ຍາວປະມານ 6-8 ມມ, ກວ້າງ 2-2,5 ມມ, ສີເຫຼືອງສົ້ມ, ຮັງໄຂ່ເປັນຮູບຊົງກະບອກຍາວປະມານ 18-30 ມມ.

ໂຕອ່ອນ:

ໂຕອ່ອນຂອງຕັກແຕນຝູງເປັນສີເຫຼືອງມີແຖບສີດຳດ້ານຂ້າງ, ຂາຄູ່ຫຼັງສີເຫຼືອງສົ້ມກ່ານດຳ, ໜວດສີດຳມີສີຂາວຢູ່ປາຍໜວດ, ໂຕອ່ອນມີທັງໝົດ 5 ໄລຍະ. ໄລຍະທີ1: ໂຕຍາວປະມານ 10 ມມ ສີເຫຼືອງອ່ອນ, ໄລຍະ2: ຍາວປະມານ 11-15 ມມ ສີເຫຼືອງ, ໄລຍະທີີ3: ຍາວປະມານ 16-21 ມມ ສັງເກດເຫັນປີກ, ໄລຍະທີ4: ຍາວປະມານ 22-25 ມມ ໂຕເປັນສີເຫຼືອງປົນດໍາ, ໄລຍະທີ5: ຍາວກວ່າວ 26 ມມ ຂຶ້ນໄປ ສັງເກດເຫັນປີກຊັດເຈນໂຕສີເຫຼືອງປົນດຳ.

ໂຕແກ່:

ມີສີຂຽວປົນເຫຼືອງ, ໂຕແມ່ຍາວປະມານ 31-40 ມມ, ໂຕຜູ້ຍາວປະມານ 29-35 ມມ; ຫົວເປັນຮູບ 3 ຫຼ່ຽມ, ພາກສ່ວນເອິກດ້ານເທີງມີແຖບສີເຫຼືອງແຕ່ເທິງຮອດລຸ່ມ, ຕາເປັນຮູບໄຂ່ສີດຳ, ຂາຄູ່ຫຼັງເປັນສີຂຽວອອກເຫຼືອງກ່ານດຳ, ປີກເປັນສີຂຽວປົນດຳ. ປ່ອງສຸດທ້າຍຂອງໜວດເປັນສີຂາວ.

ລັກສະນະທາງຊີວະວິທະຍາ.

ໂຕອ່ອນມີປະຕິກິລິຍາກັບແສງ, ໄລຍະທີ 1 ແລະ 2 ມັກລວມໂຕກັນເປັນກຸ່ມຢູ່ເທິງກິ່ງກ້ານໄມ້ໄຜ່, ໄມ້ໄຜ່ທີ່ຖືກທຳລາຍຈະເປັນສີເຫຼືອງວົງກວ້າງ (ເບີ່ງໃນໄລຍະໄກ), ຫຼັງຈາກກາຍເປັນໂຕອ່ອນໄລຍະທີ 3 ພວກມັນຈະຢູ່ກະແຈກກະຈາຍ. ໄລຍະທີ 4 ແລະ 5 ມັກເຄື່ອນຍ້າຍຈາກບ່ອນໜື່ງໄປຫາອີກບ່ອນໜຶ່ງນຳກັນ. ໃນເວລາຕອນທ່ຽງອຸນຫະພູມສູງກວ່າ 30 ອົງສາ ໂຕອ່ອນໄຕ່ຄານລົງພື້ນບ່ອນຊຸ່ມເຢັນເພື່ອດູດກິນນ້ຳ ແລະ ເມືອງອຸນຫະພູມເຢັນລົງພວກມັນຈະໄຕ່ຄານຂຶ້ນເທິງເພື່ອກິນໃບໄມ້ໄຜ່. ໂຕອ່ອນແຕ່ລະໄລຍະຈະລອກຄາບໜື່ງຄັ້ງໃນມື້ລອກຄາບຈະບໍ່ເຄື່ອນໄຫວ ແລະ ບໍ່ກິນ, ເວລາລອກຄາບແມ່ນຢູ່ລະຫວ່າງປະມານ 9 ໂມງເຊົ້າ. ການປ່ຽນແປງເປັນໂຕອ່ອນໃນແຕ່ລະໄລຍະການກິນຈະເພີ່ມຂຶ້ນເປັນເທົ່າຕົວ. ໂຕອ່ອນໄລຍະທີ 5 ຈະກິນຫຼາຍກວ່າໄລຍະອື່ນໆ, ເປີເຊັນການທຳລາຍຂອງໂຕອ່ອນໄລຍະທີ 5 ກວມປະມານ 50% ໂຕອ່ອນມັນກິນນ້ຳຍ່ຽວ.

ໂຕແກ່ມັກອອກບິນໃນເວລາຄ້າຍແລງ ເວລາປະມານ 4-6 ໂມງແລງ, ການບິນແມ່ນການຊອກຫາອາຫານ ແລະ ບ່ອນວາງໄຂ່ທີ່ເໝາະສົມ, ໂຕແກ່ບິນໄດ້ເຖິງ 10 ກິໂລແມັດ, ຫຼັງຈາກໂຕອ່ອນໄລຍະທີ 5 ກາຍເປັນໂຕແກ່ໄດ້ປະມານ 20 ວັນ ກໍ່ຈະກາຍເປັນໂຕແກ່ເຕັມໄວເຕັມທີ່ ແລະ ພ້ອມທີ່ຈັບຄູ່ປະສົມພັນ ແລະ ຢູ່ໃນໄລຍະນີ້ຈະເປັນຊ່ວງທີ່ໄມ້ໄຜ່ຖືກທຳລາຍຢ່າງຮຸນແຮງ ແລະ ໜັກໜ່ວງ. ໂຕແກ່ປະສົມພັນແມ່ນຕອນກາງເວັນເວລາປະມານ 5-7 ໂມງເຊົ້າ ແລະ 5-9 ໂມງແລງ. ການປະສົມພັນຂອງໂຕຜູ້ ແລະ ໂຕແມ່ເກີດຂຶ້ນຫຼາຍຄັ້ງ. ໂຕແມ່ພາຍຫຼັງປະສົມພັນແລ້ວອີກປະມານ 15-20 ວັນແມ່ນເລີ້ມວາງໄຂ່. ສະນັ້ນ ໃນໄລຍະນີ້ໂຕແມ່ຕ້ອງການໂປຼຕິນຫຼາຍ ແລະ ຈະທຳລາຍໄມ້ໄຜ່ ຫຼື ພືດອື່ນຫຼາຍທີ່ສຸດ. ໂຕແມ່ຈະບິນໄປວາງໄຂ່ຢູ່ເປີ້ນພູດ້ານຕາເວັນຕົກເພື່ອຮັບແສງແດດ, ໂຕແມ່ນຈະເລືອກວາງໄຂ່ໃສ່ບ່ອນທີຫຍ້າໜ້ອຍ, ດິນແຫ້ງ, ລະບາຍນ້ຳໄດ້ດີ ແລະ ເປັນດິນບໍ່ແໜ້ນ.

ເວລາທີ່ເບາະເປັນໂຕແກ່ສ່ວນໃຫຍ່ແມ່ນໃນຕອນກາງເວັນປະມານ 8-10 ໂມງເຊົ້າ, ໂຕແມ່ 1 ໂຕສາມາດວາງໄຂ່ໄດ້ປະມານ 1-10 ຮັງ, ແຕ່ລະຮັງມີໄຂ່ປະມານ 15-30 ໜ່ວຍຂຶ້ນໄປກັບເງື່ອນໄຂອຸນຫະພູມເໜາະສົມ, ເພື່ອປ້ອງກັນນ້ຳຝົນເວລາວາງໄຂ່ແລ້ວຕັກແຕນຝູງໃຊ້ໃບໄມ້ ຫຼື ຫຍ້າປົກປິດຮູຮັງໄຂ່ໃຫ້ເປັນໂນນ, ສະນັ້ນເວລາທີ່ດຳເນີນການສຳຫຼວດບ່ອນວາງໄຂ່ຕ້ອງໄດ້ສັງເກດລັກສະນະດັ່ງກ່າວນີ້.

ລັກສະນະການເກີດລະບາດ.

ຜ່ານມາເຫັນວ່າຕັກແຕນຝູງໄດ້ມີການລະບາດຢູ່ປະເທດລາວເຮົາແລ້ວໃນປີ 2014 ແລະ ຮ້າຍແຮງແມ່ນປີ 2015 ຢູ່ເຂດເມືອງໂພນທອງ ແລະ ເມືອງວຽງຄຳ ແຂວງຫຼວງພະບາງ, ເມືອງຊ່ອນ, ເມືອງຊໍາເໜືອ ແລະ ເມືອງຫົວເມືອງ ແຂວງຫົວພັນ. ຊື່ງການລະບາດຄັ້ງນີ້ແມ່ນຮ້າຍແຮງພໍສົມຄວນໄດ້ເຮັດໃຫ້ພືດ (ເຂົ້າ, ສາລີ, ໄມ້ປ່ອງ) ໃນພື້ນທີ່ດັ່ງກ່າວຖືກທຳລາຍ. ຍ້ອນມີການລາຍງານຈາກຂະແນງການກ່ຽວຂ້ອງສົມທົບກັບອຳນາດການປົກຄອງທ້ອງຖີ່ນໄດ້ເອົາໃຈໃສ່ຕໍ່ວຽກງານດັ່ງກ່າວ ບວກກັບຄວາເປັນເຈົ້າການຂອງກະຊວງກະສິກຳ ແລະ ປ່າໄມ້, ອົງການອາຫານ ແລະ ການກະເສດ ແລະ ສາທາລະນະລັດ ປະຊາຊົນຈີນ ໄດ້ໃຫ້ການຊ່ວຍເຫຼືອເອົາທິມງານຊ່ຽວຊານ, ພະນັກງານວິຊາການ ແລະ ຢາປາບສັດຕູພືດຈຳນວນໜື່ງມາຊ່ວຍ ຈື່ງສາມາດສະກັດກັ້ນ ແລະ ທຳລາຍການລະບາດຂອງຕັກແຕນຝູງໄດ້. ແຕ່ພວກເຮົາກໍບໍ່ຄວນເມີນເສີຍຕໍ່ການລະບາດດັ່ງກ່າວເນື່ອງຈາກວ່າໄລຍະເດືອນມັງກອນ ຫາເດືອນ ກຸມພາ ແມ່ນໄລຍະການພັກຕົວຂອງໄຂ່ຕັກແຕນ ຖ້າອຸນຫະພູມເລີ່ມສູງຂຶ້ນ (ໃນເດືອນມີນາ) ໄຂ່ມັນກໍຈະແຕກເປັນໂຕອ່ອນ, ຖ້າພວກເຮົາບໍ່ສາມາດປາບໄດ້ທັນເວລາມັນຈະທຳລາຍພືດຄືດັ່ງທີ່ຜ່ານມາ. ສະນັ້ນພະນັກງານ ແລະ ປະຊາຊົນໃນເຂດທີ່ຕັກແຕນຝູງເຄີຍລະບາດຕ້ອງຊ່ວຍກັນເປັນຫູເປັນຕາຖ້າພົບເຫັນຕັກແຕນລະບາດ, ໄຂ່ ຫຼື  ໂຕອ່ອນຂອງຕັກແຕນໃຫ້ລາຍງານຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ ຂອງຕົນ ຫຼື ອຳນາດການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ເພື່ອຮີບຮ້ອນກຳຈັດການລະບາດຂອງຕັກແຕນຝູງໃຫ້ທັນເວລາກ່ອນທີ່ມັນຈະຂະຫຍາຍອອກສູ່ວົງກວ້ງ ແລະ ຈະເຮັດໃຫ້ການກຳຈັດການລະບາດໄດ້ຍາກ.

ການປ້ອງການ ແລະ ຄວບຄຸມຕັກແຕນຝູງໄມ້ປ່ອງ.

ກົມປູກຝັງ ກະຊວງກະສິກຳ  ແລະ ປ່າໄມ້ ໄດ້ມີແຜນການປ້ອງການ ແລະ ຄວບຄຸມການລະບາດຂອງຕັກແຕນຝູງໄມ້ປ່ອງເປັນ 3 ໄລຍະຄື: ໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ ໂດຍສືບຕໍ່ພັດທະນາຄວາມອາດສາມາດຂອງພະນັກງານຂະແໜງປູກຝັງ, ຈັດຝຶກອົບຮົມເຕັກນິກວິຊາການໃຫ້ພະນັກງານພ້ອມທັງເຮັດວຽກງານໂຄສະນາເຜີຍແຜ່ປູກຈິດສຳນຶກໃຫ້ປະຊາຊົນ ແລະ ການຈັດຕັ້ງຂັ້ນຕ່າງໆທີ່ຢູ່ໃນເຂດພື້ນທີ່ລະບາດ ແລະ ພື້ນທີ່ໆມີຄວາມສ່ຽງໃຫ້ມີສະຕິລະວັງຕົວ, ຮູ້ຈັກຜົນຮ້າຍ ແລະ ວິທີປ້ອງກັນ-ກຳຈັດຕັກແຕນຝູງພ້ອມທັງລາຍງານຂໍ້ມູນຂ່າວສານສະພາບການລະບາດ ແລະ ເຄື່ອນຍ້າຍຂອງຕັກແຕນຝູງໄມ້ປ່ອງໃນທ້ອງຖີ່ນຂອງຕົນໃຫ້ທ່ວງທັນກັບສະພາບການ.

ຜ່ານມາກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັດກອງປະຊຸມວິຊາການຫຼາຍຄັ້ງເພື່ອລະດົມແນວຄວາມຄິດກ່ຽວກັບວຽກງານປ້ອງກັນ ແລະ ຄວບຄຸມການລະບາດຂອງຕັກແຕນຝູງ, ປຶກສາຫາລືກັບຊ່ຽວຊານສະເພາະດ້ານຂອງ ສປ ຈີນ ເພື່ອຊອກຫາວິທີປ້ອງການ ແລະ ກຳຈັດດ້ວຍເຕັກນິກຕ່າງໆ ເຊັ່ນ: ປູກລະດົມປະຊາຊົນຈູດໄຟຮົມຄວັນເພື່ອຂັບໄລ່ຝູງຕັກແຕນ, ລະດົມປະຊາຊົນເກັບຕັກແຕນມາເຜົາທຳລາຍ, ນຳໃຊ້ເຫຍື່ອລໍ້ ແລະ ນຳໃຊ້ວິທີການສີດຢາທີ່ມີຜົນກະທົບໜ້ອຍທີ່ສຸດ. ເນື່ອງຈາກວ່າພວກເຮົາມີຄວາມຈຳກັດທາງດ້ານວິຊາການ, ງົບປະມານ ແລະ ອຸປະກອນໃນການປະຕິບັດວຽກງານດັ່ງກ່າວ. ກົມປູກຝັງໄດ້ສົມທົບກັບອົງການປົກຄອງທ້ອງຖິ່ນ ແລະ ຂະແໜງການທີ່ກ່ຽວຂ້ອງຍາດແຍ່ງການຊ່ວຍເຫຼືອທາງດ້ານວິຊາການ ແລະ ເຄື່ອງມີອຸປະກອນຈຳນວນໜື່ງຈາກ ສປ ຈີນ, ຊື່ງ ສປ ຈີນ ໄດ້ຈັດສົ່ງພະນັກງານວິຊາການ ແລະ ເຄື່ອງມືອຸປະກອນຈຳນວນໜື່ງຈາກສະຖານີປູກພືດກິ່ງແຂວງ 12 ພັນນາ, ແຂວງຢຸນນານ, ສຳນັກງານກວດກາກັກກັນພືດ, ກົມປູກຝັງ ແລະ ວິຊາການພະແນກກະສິກຳ ແລະ ປ່າໄມ້ເມືອງ ລົງສຳຫຼວດພື້ນທີ່ການລະບາດ, ວາງມາດຕະການປ້ອງກັນ ແລະ ກຳຈັດຕັກແຕນຝູງໄມ້ປ່ອງ, ພ້ອມກັນນັ້ນ ສປ ຈີນ ກໍໄດ້ມອບອຸປະກອນເຄື່ອງຈັກສີດພົ່ນແບບເປ້, ຈັກສີດຢາແຮງດັນສູງ ແລະ ຢາຂ້າແມງໄມ້ປະມານ 10 ໂຕນ ລວມມູນຄ່າປະມານ 2 ຕື້ກີບ.

ຍ້ອນການລະບາດຂອງຕັກແຕນຝູງໄດ້ປ່ອງເປັນຄັ້ງທຳອິດຢູ່ ສປປ ລາວ, ເຄື່ອງມື, ວັດຖຸອຸປະກອນ, ພາຫະນະ, ເຕັກນິກ, ງົບປະມານ ແລະ ພະນັກງານວິຊາການສະເພາະດ້ານເພື່ອປ້ອງກັນ ແລະ ຄວບຄຸມການລະບາດຂອງຕັກແຕນຝູງໄມ້ປ່ອງຂັ້ນສູງກາງ, ແຂວງ, ເມືອງ ແລະ ບ້ານຍັງບໍ່ທັນມີຄວາມພ້ອມຈື່ງມີຄວາມຈຳເປັນຂໍການຊ່ວຍເຫຼືອຈາກພາຍນອກເຮັດໃຫ້ຂະບວນການຕອບໂຕ້ຕໍ່ການລະບາດຂອງຕັກແຕນຝູງໃນໄລຍະໂຕອ່ອນບໍ່ທັນການ ແລະ ບໍ່ສາມາດຄວບຄຸມຢູ່ທຸກພື້ນທີ່ການລະບາດ. ການເຂົ້າເຖິງພື້ນທີ່ເປົ້າໝາຍການລະບາດ (ຈຸດລະບາດ, ຈຸດວາງໄຂ່) ການນຳໃຊ້ອຸປະກອນສີດຢາ, ການຕິດຕໍ່ສື່ສານມີຄວາມຫຍຸ້ງຍາກ, ເນື່ອງຈາກວ່າຢູ່ເຂດຫ່າງໄກສອກຫຼີກ, ສ່ວນໃຫຍ່ເປັນພູເຂົາສູງຊັນ, ປ່າໄມ້ຕຶບໜາ ແລະ ບໍ່ມີເສັ້ນທາງ, ການລະບາດຂອງຕັກແຕນແມ່ນຢູ່ໃນຊ່ວງລະດູຝົນເຮັດໃຫ້ປະສິດທິພາບຂອງການສີດຢາບໍ່ໄດ້ຜົນດີຍ້ອນຝົນຕົກເຊາະລ້າງ.

ບັນຫາອັນຮີບດ່ວນທີ່ສຸດໃນປະຈຸບັນຕ້ອງສຸມທຸກກຳລັງທຶນຮອນເພື່ອສະໜັບສະໜູນຊ່ວຍເຫຼືອເປັນຕົ້ນແມ່ນດ້ານງົບປະມານ, ພາຫະນະ, ກຳລັງພົນ ແລະ ວັດຖຸອຸປະກອນຕ່າງໆທີ່ກ່ຽວຂ້ອງບວກກັບຄວາມເອົາໃຈໃສ່ຊີ້ນຳໆພາ ແລະ ການເຂົ້າຮ່ວມຂອງອົງການປົກຄອງທ້ອງຖີ່ນຂັ້ນຕ່າງໆ ແລະ ຂະແໜງການວິຊາການທີ່ກ່ຽວຂ້ອງທຸກລະດັບ, ເພີ່ມທະວີວຽກງານຝຶກອົບຮົມເຕັກນິກວິຊາການຄວບຄຸມການລະບາດຂອງຕັກແຕນຝູງ, ເອົາໃຈໃສ່ວຽກງານໂຄສະນາເຜີຍແຜ່ຂໍ້ມູນຂ່າວສານໃຫ້ການຈັດຕ້ງ ແລະ ສັງຄົມ ໄດ້ຮັບຮູ້ວ່າບັນຫາດັ່ງກ່າວນີ້ເປັນວຽກອັນຮີບດ່ວນດ ເປັນວຽກຂອງທົ່ວປວງຊົນ, ທົ່ວຂະແໜງການ ແລະທ້ອງຖີ່ນ ເພື່ອພ້ອມກັນຈັດຕັ້ງປະຕິບັດ.

ໃນຊຸມປີຕໍ່ໜ້າຄວນມີໂຄງການສະເພາະ, ມີງົບປະມານເພື່ອຮອງຮັບພາວະສຸກເສີນການລະບາດຂອງຕັກແຕນຝູງໄມ້ປ່ອງ, ຄວນມີການປະສານງານແລກປ່ຽນຂໍ້ມູນສັດຕູພືດກັບປະເທດໃກ້ຄຽງທີ່ເຄີຍມີການລະບາດເຊັ່ນ: ສປ ຈີນ ແລະ ສສ ຫວຽດນາມ.

 

 

Contact Information

  • CST Center For Agricultural Statistics
    Patuxay, Phonxay Village, Saysethha District
    Vientiane Capital Laos P.D.R
  • + 856-21-263160 + 856-20-22439488
Scroll to top